ນີ້ເປັນບົດເລື່ອງຊີວິດໃນຄໍ່າຄືນຫນຶ່ງຂອງເຄລີນ ເດັກຍິງອາຍຸປະມານ 8 ຂວບ. ເລື່ອງລາວຂອງນ້ອງເຄລີນເກີດຂຶ້ນໃນເມື່ອວັນທີ່13, ເດືອນ12 ປີ1999.
ເຄລີນຊວດຕື່ນຂຶ້ນໃນຖ່າມກາງອັນຫນາວເຢັນຜິດປົກກະຕິ. ນາງລຸກຂຶ້ນນັ່ງແລ້ວເຫລືອກຕາໄປທາງ ປ່ອງຢ້ຽມທີ່ອາບໄປດ້ວຍຫິມະ, ຂ້າງນອກມີສຽງລົມພັດ, ຕີໃສ່ປ່ອງຢ້ຽມເປັນສຽງ ຄ່ອຍໆເຊິ່ງເຮັດໃຫ້ເຄລີນຕົກໃຈຢ້ານ, ສະບັ້ນ, ແລະ ຫນາວສັ່ນໄປທົວຫ່າງກາຍ. ນາງໃຊ້ແຮງນ້ອຍໆຂອງນາງບຶນຂຶ້ນອອກຈາກຕຽງ, ແລ້ວຄ່ອຍໆຍ່າງໄປຫາປະຕູທີ່ມີເງົາແປກໆ ສະທ້ອນແສງໄຟທາງຫນ້າປະຕູ. ນາງຄ່ອຍຈອບຍ່າງຊ້າໆໄປຫ້າປະຕູອາຖັນດ້ວຍຄວາມຢ້ານກົວ, “ມັນເກີດຫຍັງຂຶ້ນກັບຂ້ອຍ, ນີ້ແມ່ນຂ້ອຍຝັນແມ່ນບໍ່,” ນາງຖ້າມໂຕເອງ. ແຂ່ງຂາແລະຕີນມືຂອງ ນາງມຶນຊາໄປກັບຄວາມເຢັນຂອງພື້ນເຮືອນເຫມືອນ ກັບວ່ານາງກໍາລັງຍ່າງຢູ່ເທີງແຜ່ນນໍ້າກ້ອນ. ນາງສົ່ງມືນ້ອຍໆທີທັງສັ່ນທັງເຊັນແລະ ເຕັມໄປດ້ວຍເຫື່ອມືຂອງນາງເຂົ້າ ໄປໃກ້ປະຕູແລ້ວກໍຄ່ອຍໆໄຂອອກ. ສຽງປະຕູດັງເປັນສຽງເຢັນໆບວກກັບຄວາມມືດມົວ ເຮັດໃຫ້ຂົ້ນຫນາວຂອງນາງລຸກ ເຕັມໄປທົ່ວແຂນຂາ.
ນາງໄຂປະຕູອອກ, ຄ່ອຍໆໄຂອອກ. ແລ້ວຈອບສ່ອງເບິ່ງຂ້າງນອກຫ້ອງນອນ, ປະກົດວ່າມືດຜິດປົກກະຕິ. ນາງຄ່ອຍໆ ຍ່າງຈອບອອກໄປ, ຍ່າງຈອບອອກໄປປະມານສອງສາມກ້າວປະຕູກໍອັດຕຶບຕັນຫລັງນາງ. ນາງຫງວກຄືນຫລັງກໍ່ບໍ່ເຫັນຫຍັງ. ທາງຫນ້າຫ້ອງກໍ່ມີແຕ່ຄວາມມືດ. ອ້ອມແອ້ມຂ້າງກໍເຕັມໄປດ້ວຍຄວາມຫວ່າງເປົ່າ, ມິດງຽບ ແລະມືດມົວໄປຫມົດ. ນາງສັງເກດເຫັນມີດວງໄຟນ້ອຍໆດວງ ຫນຶ່ງກະຈາຍແສງຮິບຮີ່ເຍືອງອອກມາໃສ່ໃບຫນ້ານາງ, “ນີ້ມັນບໍ່ແມ່ນຫນ້າຫ້ອງນອນຂອງຂ້ອຍນີ້ນ່າ, ນີ້ແມ່ນຢູ່ໃສກັນແທ້?“ ນາງຖາມໂຕເອງດ້ວຍຄວາມແປກໃຈ. ຫລັງຈານັ້ນນາງກໍ່ຍ່າງຕາມແສງໄຟດວງນັ້ນໄປ, ແຕ່ເມື່ອນາງຕາມໄປ, ຕາມໄປເທົ່າໃດ ແສງໄຟກໍ່ຈະຫຍັບຍ້າຍອອກໄປໄກນາງເລື້ອຍໆ. “ຄວາມລັບ, ຢູ່ຫ້ອງມືດພີ້, ຕາມມາ!, ຕາມມາ!,” ສຸດທ້າຍກໍມີສຽງເຢັນໆເອີ້ນໃສ່ນາງບອກໃຫ້ນາງຕາມແສງໄຟນັ້ນໄປ. ເຄລີນທັງສັ່ນທັງຢ້ານ. ກ້າມທຸກກ້ອນໃນຫ່າງກາຍນ້ອຍໆຂອງນາງແຂງກະດ້າງໄປທົ່ວຕົນຕົວ. ນາງຢາກຮ້ອງແຕ່ຮ້ອງບໍ່ອອກ. ນາງຢາກແລ່ນຫນີແຕ່ແຂ່ງຂາຂອງນາງ ກໍ່ແຂງກະດ້າງໄປຫມົດ. ນາງໄດ້ແຕ່ຢືນຫນາວສັ່ນ ຢູ່ກັບຄວາມມືດມົວ, ເຮັດສາຍຕາລອຍໄປຕາມແສງໄຟດວງນັ້ນທີ່ກໍາລັງຫ່າງໄກອອກຈາກ ນາງໄປເທື່ອລະເລັກ, ເທື່ອລະນ້ອຍ. “ຢຸດກ່ອນ,” ເຄລີນຮ້ອງໃສ່ແສງໄຟດວງນັ້ນ ແລ້ວພະຍາຍາມແລ່ນ ຕາມໄປ, ຕາມໄປເລີ້ອຍໆ. ສຸດທ້າຍນາງກໍ່ມາພົບພາບສິ່ງຫນຶ່ງ. “ເອະ…ນັ້ນແມ່ນບ້ານຂອງຂ້ອຍນີ້ນ່າ. ເປັນຫຍັງຄືມີຕໍາຫລວດເຕັມໄປຫມົດ, ລົດພະຍາບານສຸກເສີນກໍ່ມີສອງສາມຄັນ, ມັນເກີດຫຍັງຂຶ້ນ“ ເຄລີນຟ້າວ ແລ່ນເຂົ້າໄປໃນເຮືອນ. ຖາມໃຜກໍ່ບໍ່ເຫັນໃຜຕອບນາງ. ໃຜໆກໍ່ເຮັດເປັນທໍາທ່າບໍ່ເຫັນນາງ. ຖາມຕໍາຫລວດ, ກໍ່ມິດບໍ່ຍອມຕອບ, ພາກັນຢືນລົມກັນເສີຍຢູ່. ນາງເລີຍຍ່າງເຂົ້າໄປສ່ອງ ເບິ່ງຫ້ອງນອນຂອງພໍ່ແລະແມ່ຂອງນາງ. “ເປັນໄປບໍ່ໄດ້!, ເປັນໄປບໍ່ໄດ້! ມັນເກີດຫຍັງຂຶ້ນກັນແທ້!?” ເຄລີນຮ້ອງໄຫ້ຂຶ້ນຫມົດແຮງ. ພ້ອມກັນນັ້ນກໍ່ຮ້ອງຖາມທ່ານຫມໍທີ່ກໍາລັງເອົາຜ້າຂາວປົກຫນ້າແມ່ຂອງນາງ. ຖາມເປັນສິບເທື່ອທ່ານຫມໍກໍ່ບໍ່ຕອບນາງ, ເຫມືອນກັບວ່າບໍ່ໄດ້ຍິນຄໍາຖາມແລະ ສຽງຮ້ອງໄຫ້ຂອງນາງເລີຍ. "ນີ້ມັນເກີດຫຍັງຂຶ້ນກັບຂ້ອຍ, ເປັນຫຍັງຄືບໍ່ມີໃຜສົນໃຈຂ້ອຍ, ບໍ່ມີໃຜໄດ້ຍິນຂ້ອຍເລີຍ, ປະປາຂ້ອຍເດຢູ່ໃສ? ມະມາຂ້ອຍເດລາວເປັນຫຍັງ? ພາກັນເປັນຫຍັງກັນຫມົດ,!!” ເຄລີນຢືນປະເປີຍຮ້ອງໄຫ້ສະອື້ນຢູ່ຄົນດຽວ, ທັງອ່ອນເພຍທັງສັ່ນທັງເຊັນ. ນາງພະຍາຍາມເສັດນໍ້າຕາອອກຈາກແກ້ມນ້ອຍໆຂອງນາງ, ແລ້ວກໍ່ຄ່ອຍໆຍ່າງເລາະຊາວໄປຕາມຝາເຮືອນ ຄິດຄໍານຶງເຖີງເຫດການ, “ມັນເກີດຫຍັງຂຶ້ນ ກັນແທ້,” ເຄລີນສະອື້ນທວນຄືນເຫດການທີ່ເກີດຂຶ້ນ, "ເປັນໄປບໍ່ໄດ້, ມື້ຄືນນີ້ຂ້ອຍຈື່ໄດ້ວ່າ ຂ້ອຍເຫັນມະມາ, ລາວທັງຈ່ອຍທັງເຫລືອງນອນອາບ ເລືອດຢູ່ເທີງຕຽງ. ຢືນຢູ່ຂ້າງມະມາກໍ່ຄືປະປາ, ລາວຈັບປືນຈີ້ຫົວໂຕເອງ. ປະປາ…ຢ່າ! ຢ່າ! ຢ່າ! ຂ້ອຍຈື່ໄດ້ວ່າຂ້ອຍຮ້ອງຂຶ້ນຫມົດແຮງ. ແລ້ວຂ້ອຍກໍຟ້າວແລ່ນໄປຫ້າມປະປາ. ປະປາເຫັນຂ້ອຍກໍອຸ້ມກອດເອົາຂ້ອຍ. ປະປາມັນເກີດຫຍັງຂຶ້ນ, ຂ້ອຍຮ້ອງຖາມປະປາ. ປະປາເຫັນຂ້ອຍກໍໄຫ້ສະອື້ນຂຶ້ນຫມົດແຮງ, “ພໍ່ຂໍໂທດ…ລູກ…ພໍຂໍໂທດ, ພໍ່ບໍ່ໄດ້ຕັ້ງໃຈ," ປະປາເວົ້າຂໍໂທດຂ້ອຍແລ້ວກໍ່ອູ້ມຂ້ອຍເຂົ້າໄປຫ້ອງນອນຂອງຂ້ອຍ. “ແມ່ຂອງລູກບໍ່ເປັນຫຍັງດອກລູກເອີຍ, ນອນສະ, ມື້ອື່ນຕື່ນມາທຸກສິ່ງຢ່າງຫາກຊິດີ, ລູກຈະລືມທຸກສິ່ງທີ່ເກີດຂຶ້ນທັງຫມົດນີ້,” ປະປາທັງກອດທັງໄຫ້ກ່ອມຂ້ອຍນອນ. ນໍ້າຕາຂອງປະປາຕົກໃສ່ແກ້ມຂ້ອຍ, ຂ້ອຍກໍເອົາມືນ້ອຍໆຂອງຂ້ອຍເສັດ ອອກແລ້ວກໍເສັດໃຫ້ປະປາພ້ອມ. "ປະປາຢ່າລືມໂທຫາຫມໍມາເອົາມະມາໄປໂຮງຫມໍເດີ," ຂ້ອຍໄຫ້ສະອື້ນສັ່ງບອກປະປາ. "ໂດຍ…ພໍ່ບໍ່ລືມດອກລູກ, ພໍ່ຂໍໂທດຫລາຍໆ, ອະໄພໃຫ້ພໍ່ເດີລູກ ອະໂຫສິກຳໃຫ້ພໍ່ດ້ວຍ!" ປະປາຕອບຂ້ອຍເປັນສຽງສັ່ນໆ ແບບກົດກັ້ນນໍ້າຕາໄວ້, ແລ້ວກໍດຶງເອົາຜ້າຮົ່ມມາຫຸ້ມປົກຫົວຂ້ອຍ. ຂ້ອຍໄດ້ຍິນສຽງດັງປັ່ງບາດຫນຶ່ງ ຫລັງຈາກນັ້ນຂ້ອຍກໍຫລັບໄປບໍ່ຮູ້ເມື່ອຄີງ”
"ບໍ່! ບໍ່ແມນ! ບໍ່ແມນ!! ເຄລີນທັງຮ້ອງທັງໄຫ້ແລ່ນຜ່າຕໍາຫລວດເຂົາໄປສ່ອງເບິ່ງຫ້ອງນອນຂອງນາງ. ໃນນັ້ນມີເດັກ ຍິງ ຄົນຫນຶ່ງ ນອນຫລັບຢູ່ເທີງຕຽງທີ່ເຕັມໄປດ້ວຍເລືອດ, ນອນອາບເລືອດຢູ່ຂ້າງ ນາງກໍຄືພໍ່ຂອງນາງ. ເຫັນພາບໂສກເສົ້ານັ້ນແລ້ວນາງກໍ່ໄດ້ແຕ່ນັ່ງພະນົມມືນົບ, ສະອື້ນດ້ວຍນໍ້າຕາອາບແກ້ມ, ບໍ່ກ້າຮັບເອົາຄວາມຈິງທີ່ເກີດຂຶ້ນ. “ບໍ່ແມ່ນ, ບໍ່ແມ່ນ ຂ້ອຍຝັນໄປແມ່ນບໍ່!? ນັ້ນບໍ່ແມ່ນຂ້ອຍ, ຂ້ອຍຍັງບໍ່ທັນຕາຍ, ຂ້ອຍຝັນແມ່ນບໍ່…ຕື່ນແມ້ ຕື່ນແມ້! ເຄລີນນັ່ງໄຫ້ຢູ່ຄົນດຽວ.
ເລຶ່ອງສັ້ນເລຶ່ອງນີ້ໃຫ້ຄະຕິເຕືອນໃຈເຮົາວ່າ, ຄວາມເຫັນແກ່ຕົວຂອງເຮົາທີ່ເປັນຜູ້ປົກຄອງ, ເປັນພໍ່ ແລະແມ່ ຕໍ່ການແກ້ບັນຫາໂດຍຕັດຊີວິດຕົວເອງແລະຄົນທີ່ເຮົາຮັກເປັນ ການສ້າງບາບກໍາ, ສ້າງຄວາມສົມເຜດເວທນາໃຫ້ແກ່ຄອບຄົວ, ລູກ ຫລານ. ເຊັ່ນເຄລີນເດັກຕາດໍາໆໄຮ້ດຽງສາເກີດມາແລ້ວກໍ່ຕ້ອງມາຮັບກໍາທີ່ຫນ້າສົງສານ ທີ່ສຸດໃນຊີວິດ.
ຈົບບໍລິບູນ.
ປສ, 2009.
No comments:
Post a Comment